ສະມາຄົມເພື່ອນຜາຕັດແກ້










ເພື່ອນຜາຕັດແກ້

ສະໜັບສະໜູນພວກເຮົາ

ສວນພຶກສາຊາດຜາຕັດແກ້ ເປັນອົງກອນສ່ວນບຸກຄົນທີ່ບໍ່ຫວັງຜົນກຳໄລ ໄດ້ລິເລີ່ມສ້າງຕັ້ງ ແລະ ພັດທະນາຕາມແຜນງານເພື່ອລະດົມທຶນຈາກຜູ້ໃຫ້ທຶນຕ່າງໆ. ທີ່ຜ່ານມາພວກເຮົາໄດ້ຮັບທຶນສະໜັບສະໜູນທຶນຈາກອົງການຈັດຕັ້ງທັງພາກລັດ ແລະ ເອກະຊົນຕ່າງໆ.

ທ່ານສາມາດສະໜັບສະໜູນພວກເຮົາ ບໍ່ວາຂະເປັນທຶນນ້ອຍ ຫຼື ຂະໜາດໃຫຍ່

ຫາກທ່ານຕ້ອງການບໍລິຈາກ ແລະ ສະໜັບສະໜູນ ເພື່ອອະນຸລັກຮັກສາຄວາມຫຼາກຫຼາຍຂອງພັນພືດ ແລະ ຊີວະນາໆພັນທຳມະຊາດຂອງລາວເຮົາ ທ່ານສາມາດບໍລິຈາກ ຫຼື ສະໜັບສະໜູນຜ່ານທາງອອນລາຍທີ່ປອດໄພຜ່ານລະບົບ Paypal ທາງເວັບໄຊ້ຂອງເຮົາໄດ້.

ຮ່ວມເປັນສ່ວນໜຶ່ງໃນຄອບຄົວຂອງເຮົາ

ການເປັນສະມາຊິກໃນຄອບຄົວຂອງເຮົາ ແມ່ນເປັນການສະໜັບສະໜູນ ແລະ ມີສ່ວນຮ່ວມທຸກກິດຈະກໍາຂອງພວກເຮົາ ພວກເຮົາຂໍເຊີນທ່ານເຂົ້າຮ່ວມເປັນສະມາຊິກ ເພື່ອນຜາຕັດແກ້ຂອງເຮົາ

ໂດຍຜ່ານວິທີການບໍລິຈາກ ຫຼື ສະໜັບສະໜູນໃນຖານະເປັນສະມາຊິກເຮົາ ເຊັ່ນວ່າ ການອຸປະຖໍາການຮັກສາຕົ້ນໄມ້, ການຊຸກຍູ້ການແຈກປື້ມ, ການລະດົມທຶນເພື່ອນັກສຶກສາ, ການຊຸກຍູ້ການລົງເກັບພັນພືດ ຫຼື ຊຸກຍູ້ການສ້າງອາຄານຕ່າງໆ.